ຄວາມແຕກຕ່າງລະຫວ່າງການຖອນເງິນແບບອັດຕະໂນມັດ ແລະ ແບບໂອນເອງ ຂອງ Hanpass

ຄໍາ​ຖາມ​ ທີ່​ຖາມ​ເລື້ອຍ ແລະ​ຄໍາ​ຕອບໆ​ຢູ່​ທີ່​ດຽວ​

[ອັດຕະໂນມັດ] ແລະ [ໂອນເອງ] ມີຄວາມແຕກຕ່າງກັນໃນວິທີການເກັບເງິນ ເມື່ອດຳເນີນການໂອນ. [ອັດຕະໂນມັດ]: ເມື່ອຍື່ນຄຳຂໍໂອນເງິນ ຈຳນວນເງິນຝາກ (ວອນ) ຈະຖືກຖອນໂອນອອກຈາກບັນຊີທີ່ທ່ານລົງທະບຽນໄວ້ໂດຍອັດຕະໂນມັດ. ສາມາດລົງທະບຽນໄດ້ສະເພາະທະນາຄານ ທີ່ມີສັນຍາກັບແພລດຟອມເປີດ (Open Platform) ຂອງສະຖາບັນຊຳລະສະສາງການເງິນເກົາຫຼີ (KFTC) ເທົ່ານັ້ນ. [ໂອນເອງ]: ເມື່ອຍື່ນຄຳຂໍໂອນເງິນ Hanpass ຈະອອກເລກບັນຊີສະເໝືອນ (Virtual Account) ໃຫ້ ແລະ ເມື່ອທ່ານໂອນເງິນເທົ່າກັບຈຳນວນທີ່ຂໍໂອນ ເຂົ້າເລກບັນຊີດັ່ງກ່າວ ການໂອນຈະດຳເນີນໄປສູ່ຂັ້ນຕອນຕໍ່ໄປ.

ລາຍການກິດຈະກຳ
ຊຳລະຢູ່ຕ່າງປະເທດສູນບໍລິການລູກຄ້າ